Victim information in Lao
ສິດ ແລະ ການບໍລິການສໍາລັບເຍື່ອອາຊະຍາກໍາທັງໝົດ
1. ທ່ານມີສິດໃນການສະໝັກຂໍຄວາມຊ່ວຍເຫຼືອທາງການເງິນກັບໂຄງການເບີກເງິນຄືນໃຫ້ເຍື່ອອາຊະຍາກໍາ (Crime Victims Reimbursement Program) ສໍາລັບການສູນເສຍ ເຊິ່ງເປັນຜົນມາຈາກອາຊະຍາກໍາຄວາມຮຸນແຮງ. ການຊ່ວຍເຫຼືອນີ້ບໍ່ ໄດ້ຄຸ້ມຄອງການສູນເສຍຕໍ່ຊັບສິນ. ສໍາລັບຄໍາຮ້ອງ ແລະ ຂໍ້ມູນ, ກະລຸນາໂທຫາ 651-201-7300 ຫຼື 888-622-8799 ຫຼື ໄປທີ່ເວັບໄຊຂອງຫ້ອງການໂຄງການຍຸຕິທໍາ (Office of Justice Programs): ojp.dps.mn.gov
2. ທ່ານມີສິດ ໃນການຮ້ອງຂໍ ໃຫ້ໜ່ວຍງານບັງຄັບໃຊ້ກົດໝາຍ ລະງັບການເຂົ້າເຖິງແບບສາທາລະນະ ຕໍ່ຂໍ້ມູນທີ່ເປີດເຜີຍຕົວຕົນ ຂອງທ່ານ. ໜ່ວຍງານບັງຄັບໃຊ້ກົດໝາຍຈະຕັດສິນວ່າ ການດໍາເນີນການດັ່ງກ່າວເປັນໄປໄດ້ບໍ່.
3. ທ່ານມີສິດໃນການໄດ້ຮັບແຈ້ງ ຖ້າມີການຕັດສິນໂທດຜູ້ເຮັດຜິດ, ເຂົ້າຮ່ວມໃນຂະບວນການດໍາເນີນຄະດີ ແລະ ຂໍໃຫ້ມີການ ຊົດໃຊ້ເມື່ອມີການຕັດສິນໂທດ.
ຖ້າທ່ານຮູ້ສຶກວ່າສິດຂອງທ່ານ ໃນຖານະເປັນເຍື່ອ ໄດ້ຖືກລະເມີດ, ກະລຸນາໂທຫາໜ່ວຍງານຍຸຕິທໍາເພື່ອເຍື່ອອາຊະຍາກໍາ (Crime Victim Justice Unit) ທີ່ໝາຍເລກ 651-201-7310 ຫຼື 800-247-0390.
ສິດຂອງເຍື່ອຈາກຄວາມຮຸນແຮງພາຍໃນຄອບຄົວ
ຖ້າທ່ານເປັນເຍື່ອຈາກຄວາມຮຸນແຮງພາຍໃນຄອບຄົວ, ທ່ານສາມາດຍື່ນຄໍາຮ້ອງຮຽນກັບສານ ເພື່ອໃຫ້ມີຄໍາສັ່ງຄຸ້ມຄອງ ແລະ ຂໍໃຫ້ ບຸກຄົນທີ່ຮັບຜິດຊອບຕໍ່ຄວາມຮຸນແຮງພາຍໃນຄອບຄົວໃຫ້:
1. ຖືກຈໍາກັດຈາກການລ່ວງລະເມີດເພີ່ມເຕີມ;
2. ອອກຈາກເຮືອນຂອງທ່ານ;
3. ຢູ່ຫ່າງຈາກທີ່ພັກ, ໂຮງຮຽນ, ທຸລະກິດ ຫຼື ບ່ອນເຮັດວຽກຂອງທ່ານ; ແລະ
4. ຈ່າຍຄ່າຊ່ວຍເຫຼືອແກ່ທ່ານ ແລະ ເດັກນ້ອຍ ຖ້າບຸກຄົນດັ່ງກ່າວມີພັນທະຕາມກົດໝາຍໃນການເຮັດເຊັ່ນນັ້ນ.
ໃນຄໍາຮ້ອງຮຽນຂອງທ່ານ, ທ່ານສາມາດສະເໜີຂໍຄໍາສັ່ງຄຸ້ມຄອງ ແລະ ລ້ຽງດູລູກຂອງທ່ານ ທີ່ທ່ານມີກັບບຸກຄົນດັ່ງກ່າວ.
ທ່ານມີສິດໄດ້ຮັບແຈ້ງ ຖ້າການດໍາເນີນຄະດີຖືກປະຕິເສດ ຫຼື ມີການຊັດມ້ຽນການຕັດສິນໂທດທາງອາຊະຍາກໍາ.
ສໍາລັບການຊ່ວຍເຫຼືອ ໃນການຊອກຫາການຊ່ວຍເຫຼືອກັບຄໍາສັ່ງຄຸ້ມຄອງ ຫຼື ຄໍາສັ່ງຈໍາກັດການຄຸກຄາມ, ກະລຸນາຕິດຕໍ່ສາຍດ່ວນ Minnesota Day One Crisis: ກະລຸນາໂທຫາ 866-223-1111 ຫຼື ສົ່ງຂໍ້ຄວາມຫາ 612-399-9995.
ການຊອກຫາການຊ່ວຍເຫຼືອ
ຊອກຫາການຊ່ວຍເຫຼືອໄດ້ຢູ່ບ່ອນນີ້ ຫຼື ຕິດຕໍ່ໜ່ວຍງານບັງຄັບໃຊ້ກົດໝາຍໃນທ້ອງຖິ່ນ.
Minnesota Crime Victim Support Line 866-385-2699 Website
Minnesota Day One Crisis Line 866-223-1111 Website
Safe at Home (address confidentiality program) 866-723-3035 Website
